ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ປະເທດ ຫວຽດນາມ ລົງ​ກວດກາ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ຂອງ​ກຳລັງ ​ປກຊ ແລະ ​ປກສ


     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ ​ຫວຽດນາມ ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 5 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ຕອນ​ເຊົ້າ​ວັນ​ທີ 5 ກຸມ
ພາ 2024 ນີ້, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ຫວໍ ວັນ ເຖືອງ ປະທານ​ປະເທດ​ຫວຽດນາມ, ໄດ້​ລົງ​ກວດກາ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ຂອງ​
ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ໃກ້ຊິດ ແລະ ກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່​ໃນ​ໂອກາດ​ບຸນປີໃໝ່​ປະຈຳ​ຊາດ 2024.

     ໃນ​ໂອກາດ​ລົງ​ຢ້ຽມຢາມ​ອວຍພອນ​ປີ​ໃໝ່​ຕໍ່​ພະນັກງານ, ນັກຮົບ​ກຳລັງ​ປ້ອງ​ກັນ​ໃກ້ຊິດ, ທ່ານ​ປະທານ​ປະເທດ ໄດ້​ກ່າວ​ເນັ້ນ​ວ່າ: ໄລຍະ​
ຈະ​ມາ​ເຖິງ, ກຳລັງ​ປ້ອງ​ກັນ​ໃກ້ຊິດ ຕ້ອງ​ຮັບປະກັນ​ໄດ້ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ການ​ນຳ​ພັກ, ລັດ ໃນ​ການ​ລົງ​ເຄື່ອນ​ໄຫວ​
ວຽກ​ງານ​ຕ່າງໆ, ເຫດການ​ສຳຄັນ​ຂອງ​ປະເທດ​ຊາດ ກໍ​ຄື​ຂອງ​ສາກົນ ທີ່​ຈະ​ຈັດ​ຂຶ້ນ​ຢູ່ ຫວຽດນາມ, ກໍ​ຄື​ການເຄື່ອນໄຫວ​ຂອງ​ການ​ນຳ​ພັກ, ລັດ
ຢູ່​ຕ່າງປະເທດ. ນອກ​ນີ້, ທ່ານ​ປະທານ​ປະເທດ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຂະແໜງ​ກຳລັງ ປ້ອງກັນໃກ້ຊິດ​ສຸມ​ໃສ່ທຸກ​ຄວາມ​ພະຍາຍາມ​ສູ້​ຊົນ​ສ້າງ​ກຳ
ລັງ​ຂອງຕົນ ແຕ່​ນີ້​ຮອດ​ປີ 2025 ໃຫ້​ມີ​ ຄວາມ “ປອດ​ໄສ, ໝັ້ນຄົງ​ເຂັ້ມແຂງ, ເປັນ​ກຳລັງ​ຫຼວງ​ທີ່​ຍອດຢ້ຽມ, ກ້າ​ແກ່ນ ແລະ ທັນ​ສະໄໝ​ເທື່ອ​
ລະ​ກ້າວ” ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ສະພາບ​ການ​ໃໝ່.

     ໂອກາດ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ແລະ ກວດກາ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ຂອງ​ກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່, ທ່ານ ຫວໍ ວັນ
ເຖືອງ ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່ ສ້າງ​ກຳລັງ​ຂອງ​ຕົນ​ໃຫ້​ມີ​ຄວາມ​ປອດ​ໄສ, ໝັ້ນຄົງ​ເຂັ້ມແຂງ
ແລະ ທັນ​ສະໄໝ. ບໍ່​ວ່າ​ຈະ​ຕົກ​ຢູ່​ໃນ​ສະພາບ​ການ​ໃດ, ເງື່ອນໄຂ​ໃດ​ກໍ່​ຕ້ອງ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​
ໄພ​ທາງ​ສັງຄົມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/02/2024